lo_act_text_ulb_l3/24/24.txt

1 line
904 B
Plaintext

\v 24 ຫລັງຈາກນັ້ນຫລາຍວັນ, ເຟລິກໄດ້ກັບມາພ້ອມກັບດູຊີນລາເມຍຂອງເຂົາ, ຊິ່ງເປັນຄົນຢິວ, ແລະ ເຂົາໄປຮ້ອງໂປໂລ ແລະ ຟັງເລື່ອງລາວກ່ຽວກັບຄວາມເຊື່ອໃນພຣະເຢຊູຄຣິດເຈົ້າຈາກເຂົາ. \v 25 ແຕ່ເມື່ອໂປໂລໃຫ້ເຫດຜົນກ່ຽວກັບຄວາມຊອບທຳ, ການຄວບຄຸມຕົນເອງ, ແລະ ການພິພາກສາທີ່ຈະມາ, ເຟລິກກໍຢ້ານ ແລະ ໄດ້ກ່າວວ່າ "ຕອນນີ້ຈົ່ງອອກໄປກ່ອນ ເມື່ອມີໂອກາດເຮົາຈະສົ່ງໃຫ້ແກ່ທ່ານ."