lo_act_text_ulb_l3/24/10.txt

1 line
1.4 KiB
Plaintext

\v 10 ແຕ່ເມື່ອຜູ້ປົກຄອງໄດ້ໃຫ້ໂປໂລເວົ້າ ໂປໂລຕອບວ່າ, "ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາແກ່ຊາດນີ້ມາຫລາຍປີແລ້ວ, ດັ່ງນັ້ນ ຂ້າພະເຈົ້າຍິນດີທີ່ຈະອະທິບາຍກ່ຽວກັບຕົວຂ້າພະເຈົ້າແກ່ທ່ານ. \v 11 ທ່ານສາມາດກວດສອບໄດ້ວ່າຕັ້ງແຕ່ທີ່ຂ້າພະເຈົ້າຂຶ້ນໄປນະມັດສະການທີ່ກຸງເຢຣູຊາເລມບໍ່ເກີນສິບສອງວັນ. \v 12 ເມື່ອພວກເຂົາພົບຂ້າພຣະເຈົ້າໃນພະວິຫານຂ້າພະເຈົ້າບໍ່ໄດ້ໂຕ້ຖຽງກັບໃຜ, ແລະ ບໍ່ໄດ້ຍຸຍົງໃຜໃນທຳມະສາລາ ຫລືໃນເມືອງ. \v 13 ພວກເຂົາບໍ່ສາມາດພິສູດຂໍ້ກ່າວຫາທີ່ພວກເຂົາຟ້ອງຮ້ອງຂ້າພະເຈົ້າແກ່ທ່ານໄດ້ ດັ່ງນັ້ນພວກເຂົາຈຶ່ງຕໍ່ຕ້ານຂ້າພະເຈົ້າໃນເວລານີ້.