lo_act_text_ulb_l3/16/22.txt

1 line
1017 B
Plaintext

\v 22 ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ; ສ່ວນພວກເຈົ້າໜ້າທີ່ປົກຄອງກໍຈີກເສື້ອຜ້າຂອງທ່ານທັງສອງອອກ ແລະ ສັ່ງໃຫ້ຂ້ຽນພວກທ່ານດ້ວຍໄມ້. \v 23 ເມື່ອພວກເຂົາໄດ້ຂ້ຽນພວກທ່ານໄປຫລາຍທີ, ພວກເຂົາກໍຈັບທ່ານທັງສອງເຂົ້າໄປໃນຄຸກ ແລະ ໄດ້ອອກຄຳສັ່ງໃຫ້ນາຍຄຸກໃຫ້ເບິ່ງຢ່າງເຂັ້ມງວດ. \v 24 ຫລັງຈາກໄດ້ຮັບຄຳສັ່ງ, ນາຍຄຸກກໍຈັບພວກເຂົາໄປຂັງໄວ້ໃນຄຸກຊັ້ນໃນ ແລະເອົາຕີນຂອງພວກເຂົາໃສຂື່ໄມ້ໃຫ້ແໜ້ນ.