lo_act_text_ulb_l3/14/21.txt

1 line
1.3 KiB
Plaintext

\v 21 ຫລັງ​ຈາກ​ທີ່​ທ່ານ​ທັງ​ສອງໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ເມືອງນັ້ນ ແລະ ​ເຮັດ​ໃຫ້​​ຄົນຈໍານວນຫລາຍ​ມາ​ເປັນ​ສາ​ວົກ, ​ທ່ານ​ທັງ​ສອງ​ກໍ​​ກັບ​ຄືນ​ໄປ​ທີ່ເມືອງລີສະຕຣາ, ແລ້​ວ​ໄປ​ທີ່​ເມືອງ ອີໂກນີອົມ, ແລະເມືອງອັນ​ຕີ​ໂອ​ເຂຍ. \v 22 ທ່ານ​ທັງ​ສອງ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ສາ​ວົກ​ເຂັ້ມ​ແຂງ​ຂຶ້ນ ແລະ​ ໜູນ​ໃຈ​ພວກ​ເຂົາ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່ໃນ​ຄວາມ​ເຊື່ອ​, ໂດຍ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​​ຕ້ອງ​ອົດ​ທົນ​ຕໍ່​ຄວາມ​ທຸກຍາກ​ລຳ​ບາກ​ຫລາຍ​ປະ​ການ ໃນ​ການ​ເຂົ້າ​ໄປ​ສູ່​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”