lo_act_text_ulb_l3/14/14.txt

1 line
1.7 KiB
Plaintext

\v 14 ແຕ່​ເມື່ອພວກ​ອັກ​ຄະ​ສາ​ວົກ, ​ບາ​ຣະ​ນາ​ບາ​ ແລະ ​ໂປ​ໂລ​ໄດ້​ຍິນເລື່ອງ​ນີ້, ພວກທ່ານກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ຝູງ​ຊົນ,ຮ້ອງ​ຂຶ້ນ​ວ່າ, \v 15 “ເປັນ​ຫຍັງພວກ​ທ່ານ​ຈຶ່ງ​ເຮັດ​ເຊັ່ນ​ນີ້?“ ຂ້າ​ພະ​ເຈົ້າ​ກໍ​​ເປັນ​ມະ​ນຸດ​ທີ່​ມີ​ຄວາມ​ຮູ້​ສຶກ​ເຊັ່ນດຽວ​ກັນ​ກັບ​ພວກ​ທ່ານ. ຂ້າພະ​ເຈົ້ານຳ​ຂ່າວ​ປະ​ເສີດມາ, ເພື່ອ​ໃຫ້​ພວກ​ທ່ານ​ກັບ​ໃຈ​ຈາກ​ສິ່ງທີ່​ບໍ່​ມີ​ປະ​ໂຫຍດ​ເຫລົ່າ​ນີ້ ແລະ​ ກັບ​ໄປຫາ​ພຣະ​ເຈົ້າ​ຜູ້​ຊົງ​ພ​ຣະຊົນ​ຢູ່, ຜູ້​ຊົງ​ສ້າງ​ຟ້າ​ສະ​ຫວັນ, ແຜ່ນ​ດິນ​ໂລກ, ແລະ​ທະ​ເລ ແລະທຸກ​​ສິ່ງທີ່​ມີ​ຢູ່ໃນ​ທີ່ເຫລົ່າ​ນັ້ນ. \v 16 ໃນ​ອະ​ດີດ​ທີ່​ຜ່ານ​ມາ, ພຣະ​ອົງ​ປ່ອຍ​ໃຫ້​ປະ​ຊາ​ຊາດຕ່າງໆ​​ ປະ​ຕິ​ບັດ​ຕາມ​ທາງ​ຂອງ​ຕົນເອງ.