lo_act_text_ulb_l3/13/35.txt

1 line
1010 B
Plaintext

\v 35 ນີ້ຄືເຫດຜົນທີ່​ທ່ານ​ຍັງກ່າວໄວ້ໃນພຣະທໍາບົດເພັງສັນລະເສີນບົດອື່ນໆໄວ້ດ້ວຍວ່າ, 'ພຣະອົງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ.' \v 36 ເພາະວ່າຫລັງຈາກທີ່ດາວິດໄດ້ບົວລະບັດຕາມພຣະປະສົງຂອງພຣະເຈົ້າໃນຊ່ວງອາຍຸຂອງທ່ານແລ້ວ, ທ່ານ​ກໍ​ລ່ວງ​ຫລັບໄປ; ແລະ ຖືກຝັງໄວ້ກັບບັນພະບູລຸດຂອງທ່ານແລ້ວກໍເປື່ອຍເນົ່າໄປ. \v 37 ແຕ່ພຣະອົງຜູ້ທີ່ພຣະເຈົ້າຊົງບັນດານໃຫ້ເປັນຄືນມາບໍ່ເປື່ອຍເນົ່າໄປ.