lo_act_text_ulb_l3/13/32.txt

1 line
1.5 KiB
Plaintext

\v 32 ເຮົານໍາຂ່າວປະເສີດກ່ຽວ​ກັບ​ພ​ຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າ​ພະ​ເຈົ້າ \v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄ​ຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງ​ນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.' \v 34 ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວ​ດັ່ງ​ນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ໝັ້ນຄົງຂອງ​ດາ​ວິດແກ່ທ່ານ.'