lo_act_text_ulb_l3/13/16.txt

1 line
1.2 KiB
Plaintext

\v 16 ໂປໂລກໍລຸກຂຶ້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍ​ຈົ່ງຟັງເຖີດ. \v 17 ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າ​ພະ​ເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່​ໃນ​ແຜ່ນ​ດິນ​ຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດ້ວຍພ​ຣະ​ຫັດ​ອັນ​ຊົງຣິດ. \v 18 ພຣະອົງຊົງຈັດຫາສິ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະ​ມານ​ສີ່​ສິບປີ.