lo_act_text_ulb_l3/13/06.txt

1 line
1.2 KiB
Plaintext

\v 6 ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳ​ນ​ວາຍປອມ, ທີ່ມີຊື່ວ່າບາຣະເຢຊູ. \v 7 ຜູ້ມີເວດມົນຄົນນີ້ເປັນໝ​ູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະ​ຟັງພຣະທັມຂອງພຣະເຈົ້າ. \v 8 ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນ​ເປັນ​ຄຳ​ແປຊື່ຂອງ​ລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ.