lo_act_text_ulb_l3/13/01.txt

1 line
1.4 KiB
Plaintext

\c 13 \v 1 ເວລານັ້ນ ມີບາງຄົນທີ່ເປັນຜູ້ທໍານວາຍ ແລະ ອາຈານໃນຄຣິສຕະຈັກອັນຕີໂອເຂຍ, ພວກທ່ານຄື ບາຣະນາບາ, ຊີໂມນ (ທີ່ເອີ້ນວ່າ ນີເກີ), ລູກີໂອຊາວເມືອງກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູຂຶ້ນມາດ້ວຍກັນກັບເຮໂຣດເຈົ້າເມືອງ), ແລະ ໂຊໂລ. \v 2 ຂະນະທີ່ພວກທ່ານກໍາລັງນະມັດສະການອົງພະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, “ຈົ່ງຕັ້ງບາຣະນາບາກັບໂຊໂລໄວ້, ສໍາຫລັບວຽກ​ນັ້ນທີ່ເຮົາເອີ້ນໃຫ້ພວກທ່ານເຮັດ.” \v 3 ຫລັງຈາກທີ່ພວກ​ທ່ານຖືສິນອົດອາຫານ, ອະທິຖານ, ແລະ ວາງມືໃສ່ຕົວທ່ານທັງສອງແລ້ວ, ພວກເຂົາກໍສົ່ງທ່ານທັງສອງໄປ.