lo_act_text_ulb_l3/12/11.txt

1 line
969 B
Plaintext

\v 11 ເມື່ອເປໂຕຮູ້ສຶກຕົວແລ້ວ, ຈຶ່ງກ່າວວ່າ, “ຕອນນີ້ຂ້າພະເຈົ້າຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງໃຊ້ເທວະ​ດາຂອງພຣະອົງໃຫ້ມາປ່ອຍຂ້າພະເຈົ້າໃຫ້ພົ້ນຈາກເງື່ອມມືຂອງເຮໂຣດ, ແລະ ຈາກຄວາມປອງຮ້າຍຂອງພວກຢິວ.” \v 12 ຫລັງຈາກທີ່ທ່ານຄິດໄດ້ຢ່າງນັ້ນແລ້ວ, ທ່ານກໍໄປທີ່ເຮືອນຂອງມາຣີ ແມ່ຂອງໂຢຮັນ, ຜູ້ທີ່ມີອີກຊື່ໜຶ່ງວ່າມາຣະໂກ, ຜູ້ທີ່ເຊື່ອຈຳນວນຫລາຍກຳລັງປະຊຸມອະທິຖານຢູ່ນຳກັນ.