lo_act_text_ulb_l3/12/09.txt

1 line
906 B
Plaintext

\v 9 ເປໂຕຈຶ່ງ​ນຳ​ເທວະ​ດ​າອົງນັ້ນອອກໄປ. ທ່ານບໍ່ຮູ້ວ່າສິ່ງທີ່ເທວະດາເຮັດນັ້ນເປັນຄວາມຈິງ. ທ່ານຄິດວ່າທ່ານກຳລັງເຫັນໃນນິມິດ. \v 10 ຫລັງຈາກທີ່ພວກທ່ານຍ່າງຜ່ານຄົນເຝົ້າຍາມຊັ້ນທີ​ໜຶ່ງ ແລະ ຊັ້ນທີສອງໄປແລ້ວ, ພວກທ່ານກໍມາຮອດປະຕູເຫລັກທາງທີ່ເຂົ້າໄປໃນເມືອງ; ປະຕູບານນັ້ນກໍເປີດອອກເອງ. ພວກທ່ານຈຶ່ງອອກໄປ, ແລະຍ່າງໄປຕາມທາງ, ເທວະດາກໍຫາຍວັບໄປຈາກທ່ານ.