lo_act_text_ulb_l3/10/30.txt

1 line
2.0 KiB
Plaintext

\v 30 ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະ​ມານນີ້, ຕອນບ່າຍສາມໂມງ ຂ້າ​ພະ​ເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນໜຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ໜ້າຂ້າ​ພະ​ເຈົ້າ. \v 31 ທ່ານຜູ້​ນັ້​ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍ​ລິ​ຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະ​ລຶກ​ເຖິງ​ທ່ານ. \v 32 ເພາະເຫດນັ້ນ ຈົ່ງ​ໃຊ້ຄົນໄປທີ່​ເມືອງ ຢົບ​ປາ, ແລະ ເຊີນຊາຍຄົນໜຶ່ງຊື່ວ່າຊີໂມນທີ່​ເອີ້ນວ່າເປໂຕມາຫາທ່ານ, ທ່ານອາ​ໄສຢູ່ໃນເຮືອນຂອງຊ່າງ​ຟອກ​ຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະ​ເລ.' " \v 33 ດັ່ງນັ້ນ ຂ້າ​ພະ​ເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍຕາຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບ​ຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານ​ຈະບອກ).