lo_act_text_ulb_l3/10/13.txt

1 line
1.2 KiB
Plaintext

\v 13 ແລ້​ວມີພ​ຣະ​ສຸ​ລະສຽງ​ກ່າວກັບທ່ານວ່າ: "ເປໂຕ, ຈົ່ງລຸກຂຶ້ນ, ຈົ່ງຂ້າ ແລະ ກິນເຖີ​ດ." \v 14 ແຕ່ເປໂຕກ່າວວ່າ, "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ, ອົງພຣະຜູ້ເປັນເຈົ້າ; ເພາະວ່າຂ້າ​ພະ​ອົງບໍ່ເຄີຍກິນອາຫານສິ່ງ​ໃດທີ່ບໍ່ສະອາດ ແລະ ບໍ່ບໍຣິສຸດ." \v 15 ແຕ່ມີ​ພະ​ສຸ​ລ​ະ​ສຽງ​ນັ້ນ​ມາ​ເຖິງທ່ານ​ອີກ​ເປັນເທື່ອທີສອງວ່າ: "ສິ່ງທີ່ພຣະເຈົ້າໄດ້ຊົງຊຳລະແລ້ວ, ຢ່າຖືວ່າເປັນມົນທິນ." \v 16 ເຫດການນີ້ເກີດຂຶ້ນເຖິງສາມຄັ້ງ; ແລ້ວພາ​ຊະ​ນະ​ໃສ່​ເຄື່ອງ​ນັ້ນກໍຖືກນຳຂຶ້ນໄປເທິງທ້ອງຟ້າທັນທີ.