lo_act_text_ulb_l3/10/09.txt

1 line
1.1 KiB
Plaintext

\v 9 ມື້ຕໍ່ມາເວ​ລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະ​ຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ. \v 10 ທ່ານ​ເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່​ນັ້ນ, ທ່ານ​ກໍໄດ້ຮັບນິມິດ, \v 11 ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່​ເຄື່ອງ, ເລື່ອນ​ຕ່ຳລົງມາເບິ່ງ​ຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ. \v 12 ໃນ​ນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອ​ຄານຢູ່ພື້ນດິນ, ແລະນົກໃນຟ້າອາ​ກາດ.