lo_act_text_ulb_l3/08/39.txt

1 line
865 B
Plaintext

\v 39 ເມື່ອພວກທ່ານຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍ​ຣິ​ສຸດ​ເຈົ້າຂອງອົງພຣະຜູ້ເປັນເຈົ້າ ຊົງ​ຮັບເອົາຟີ​ລິບ​ໄປ, ຂັນ​ທີຄົນນັ້ນກໍບໍ່ໄດ້ເຫັນທ່ານອີກເລີຍ, ລາວຈຶ່ງເດີນທາງຕໍ່​ໄປດ້ວຍຄວາມຍິນ​ດີ. \v 40 ແຕ່ວ່າຟີລິບປະກົດຕົວຢູ່ທີ່ເມືອງ ອາໂຊໂຕ ທ່ານຜ່ານເມືອງນັ້ນໄປ, ແລະປະກາດຂ່າວ​ປະ​ເສີດທົ່ວທຸກເມືອງ ຈົນກວ່າທ່ານມາຮອດເມືອງ ກາຍຊາເຣຍ.