lo_act_text_ulb_l3/08/36.txt

1 line
1.3 KiB
Plaintext

\v 36 ໃນຂະນະທີ່ພວກທ່ານເດີນທາງໄປຕາມເສັ້ນທາງ, ພວກທ່ານ​ກໍມາຮອດສະຖານທີ່ມີນ້ຳ ຂັນ​ທີ​ຈຶ່ງກ່າວວ່າ, "ເບິ່ງແມ, ທີ່ນີ້ມີນ້ຳ, ມີສິ່ງໃດທີ່ກີດຂວາງບໍ່​ໃຫ້ຂ້າ​ພະ​ເຈົ້າຮັບບັບຕິສະມາ?" \v 37 "ຟິ​ລິບ​ຈຶ່ງ​ຕອບ​ວ່າ, "ຖ້າທ່ານເຊື່ອດ້ວຍສຸດໃຈ, ທ່ານກໍ​ສາ​ມາດຮັບບັບຕິສະມາໄດ້." ຄົນເອທິໂອເປຍຈຶ່ງຕອບວ່າ, "ຂ້າ​ພະ​ເຈົ້າເຊື່ອວ່າພຣະເຢຊູຄຣິດເຈົ້າ ​ຊົງເປັນພຣະບຸດຂອງພຣະເຈົ້າ." \v 38 ດັ່ງນັ້ນ ຄົນເອທິໂອເປຍຄົ​ນ​ນັ້ນຈຶ່ງໄດ້ສັ່ງໃຫ້ຢຸດລົດ. ພວກເຂົາກໍໄດ້ລົງໄປໃນນ້ຳ, ທັງຟີລິບກັບ​ຂັນ​ທີ, ແລະຟິ​ລິບ​ກໍ​ໃຫ້ທ່ານຮັບບັບຕິສະມາ.