lo_act_text_ulb_l3/08/26.txt

1 line
1.4 KiB
Plaintext

\v 26 ເທວະດາອົງ​ໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະ​ຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນ​ທາງ​ນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານ​ກໍລຸກຂຶ້ນໄປ. \v 27 ນີ້ແຫລະ, ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກເອທີໂອເປຍ, ຊຶ່ງ​ເປັນ​ຂັນ​ທີ​ທີ່​ເປັນຂ້າຣາຊການຂອງ​ພ​ະ​ນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານ​ເປັນ​ນາຍ​ຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງ​ນັ້ນ. ທ່ານມານະມັດສະການໃນນະ​ຄອນ ເຢຣູຊາເລັມ. \v 28 ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງ​ສືເອຊາຢາຜູ​້​ທຳ​ນ​ວາຍ​ຢູ່.