lo_act_text_ulb_l3/08/14.txt

1 line
1.3 KiB
Plaintext

\v 14 ແຕ່​ເມື່ອພວກອັກຄະສາວົກໃນນະ​ຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ. \v 15 ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານ​ກໍອະທິຖານເພື່ອພວກເຂົາ, ທີ່ພວກເຂົາຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. \v 16 ເພາະວ່າຈົນຮອດ​ຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະ​ເດັດລົງມາຢູ່ກັບ​ຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່າ​ນັ້ນ. \v 17 ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.