lo_act_text_ulb_l3/08/12.txt

1 line
898 B
Plaintext

\v 12 ແຕ່ເມື່ອພວກເຂົາເຊື່ອໃນຂ່າວປະເສີດທີ່ຟີລິບໄດ້ປະກາດ ກ່ຽວກັບຣາ​ຊອານາຈັກຂອງພຣະເຈົ້າ ແລະ ນາມຊື່ຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍຮັບບັບຕິສະມາ, ທັງຊາຍ ແລະ ຍິງ. \v 13 ເຖິງແມ່ນຊີໂມນເອງກໍເຊື່ອເຊັ່ນກັນ, ຫລັງຈາກທີ່ລາວໄດ້ຮັບບັບຕິສະມາແລ້ວ, ລາວກໍ​ຍັງ​ຢູ່​ກັບຟິ​ລິບຕໍ່ໄປ. ເມື່ອລາວເຫັນໝາຍສຳ​ຄັນ ແລະ ການອັດສະຈັນທີ່ເກີດຂຶ້ນ, ລາວກໍປະຫລາດໃຈ.