lo_act_text_ulb_l3/08/01.txt

1 line
1.2 KiB
Plaintext

\c 8 \v 1 ໂຊ​ໂລເຫັນດີກັບການຕາຍຂອງຊະເຕຟາໂນ. ໃນມື້ນັ້ນກໍ​ເກີດການຂົ່ມເຫັງຄ​ຣິ​ສ​ຕະ​ຈັກຢ່າງໃຫຍ່ຫລວງໃນນະ​ຄອນ ເຢຣູຊາເລັມ; ບັນ​ດາຜູ້ທີ່ເຊື່ອກໍກະຈັກກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ, ຍົກເວັ້ນພວກອັກຄະສາວົກ. \v 2 ບັນ​ດາຄົນທີ່ຢຳ​ເກງພຣະເຈົ້າກໍຝັງສົບ​ຂອງຊະ​ເຕ​ຟາ​ໂນ ແລະ ຮ້ອງໄຫ້ເສຍ​ໃຈເຖິງ​ທ່ານ​​ຫລາຍ. \v 3 ແຕ່ໂຊໂລໄດ້ໂຈມຕີຄ​ຣິ​ສ​ຕະ​ຈັກຢ່າງຫນັກ; ທ່ານ​ໄດ້ເຂົ້າໄປຕາມເຮືອນ ແລະ ລາກເອົາຜູ້ຊາຍແລະຜູ້ຍິງອອກມາ, ແລ້ວ​ເອົາພວກເຂົາໄປ​ຂັງ​ໄວ້ໃນຄຸກ.