lo_act_text_ulb_l3/07/51.txt

1 line
1.2 KiB
Plaintext

\v 51 ທ່ານ​ພວກ​ຜູ້ທີ່ດື້ດ້ານ ໃຈແຂງກະດ້າງ ແລະ ຫູ​ຕຶງ, ພວກທ່ານຂັດ​ຂວາງພຣະວິນຍານບໍຣິສຸດເຈົ້າ​ຢູ່ສະເໝີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ. \v 52 ມີຜູ້​ທຳ​ນ​ວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນ​ດາ​ຜູ້​ທຳ​ນ​ວາຍ ທີ່ທຳນວາຍເຖິງການສະ​ເດັດມາຂອງ​ຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍເປັນຄົນທໍລະຍົດ ແລະ ຄາດຕະກອນ​ຕໍ່​ພ​ຣະ​ອົງ​ດ້ວຍ, \v 53 ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າ​ເທວະ​ດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ."