lo_act_text_ulb_l3/07/38.txt

1 line
1.5 KiB
Plaintext

\v 38 ໂມເຊຜູ້ນີ້ແມ່ນຜູ້ທີ່ຢູ່ໃນການຊຸມນຸມ ໃນຖິ່ນທຸ​ລະກັນດານກັບເທວະ​ດາທີ່ໄດ້ລົມກັບທ່ານເທິງພູເຂົາຊີນາຍ. ຊາຍຄົນນີ້ແຫລະທີ່ຢູ່ກັບບັນພະບຸລຸດຂອງພວກທ່ານ; ຊາຍຄົນນີ້ແຫລະ​ທີ່ໄດ້ຮັບພ​ຣະຄັມອັນ​ຊົງຊີວິດທີ່ມອບໃຫ້ແກ່ພວກທ່ານ. \v 39 ຊາຍຄົນ​ນີ້​ແຫລະ ທີ່ບັນພະບຸລຸດຂອງຂ້າພະເຈົ້າປະຕິເສດບໍ່ຍອມເຊື່ອຟັງ; ພວກເຂົາໄດ້ຍູ້ທ່ານອອກໄປຈາກທາງຂອງພວກເຂົາ, ແລະໃນໃຈຂອງພວກເຂົາຄິດວ່າຈະກັບໄປທີ່​ປະ​ເທດເອຢິບ. \v 40 ໃນເວລານັ້ນ ພວກເຂົາເວົ້າກັບອາໂຣນ​ວ່າ, 'ຈົ່ງສ້າງພະເຈົ້າອົງອື່ນໆ ສຳລັບພວກເຮົາ. ເພາະ​ວ່າໂມເຊຜູ້ທີ່ໄດ້ນຳພວກຂ້າ​ພະ​ເຈົ້າອອກມາຈາກປະ​ເທດ​ເອຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ.'