lo_act_text_ulb_l3/07/35.txt

1 line
1.6 KiB
Plaintext

\v 35 ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດ​ສິນ?'—ທ່ານ​ເປັນ​ຜູ້​ທີ່ພຣະເຈົ້າສົ່ງໄປຊຶ່ງ​ເປັນ​ທັງ​ຜູ້​ປົກ​ຄອງ ແລະ ຜູ້​ປົດ​ປ່ອຍ. ພ​ຣະ​ເຈົ້າ​ຊົງ​ໃຊ້​ທ່ານ​ໄປໂດຍມີເທວະ​ດາອົງໜຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້. \v 36 ໂມເຊໄດ້ນຳພວກເຂົາອອກຈາກປະ​ເທດ​ເອຢິບ, ຫລັງຈາກໄດ້ເຮັດການອັດສະຈັນ ແລະ ໝາຍສຳ​ຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະລະ​ຫວ່າງ​ທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ. \v 37 ໂມເຊຄົນ​ດຽວ​ກັນ​ນີ້ ຜູ້ທີ່ກ່າວກັບ​ຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້​ໜຶ່ງເກີດມາໃນທ່າມ​ກາງ​ພີ່ນ້ອງຂອງພວກທ່ານ, ເປັນຜູ້​ທຳ​ນ​ວາຍຄືກັນກັບຂ້າ​ພະ​ເຈົ້າ.'