lo_act_text_ulb_l3/07/17.txt

1 line
1.1 KiB
Plaintext

\v 17 ເມື່ອເຖິງເວລາຕາມ​ພ​ຣະສັນຍາ, ທີ່ພຣະເຈົ້າຊົງສັນຍາໄວ້ກັບອັບຣາຮາມ, ຊົນຊາດອິດສະຣາເອນໄດ້ທະວີຄູນຫລາຍ​ຂື້ນຢູ່ໃນປະເທດເອຢິບ, \v 18 ຈົນວ່າກະສັດອີກອົງໜຶ່ງທີ່ບໍ່ຮູ້ຈັກໂຢເຊັບ ໄດ້ຂື້ນປົກ​ຄອງປະເທດເອຢິບ, \v 19 ກະສັດອົງດຽວກັນນີ້ທີ່ໄດ້ອອກ​ອຸ​ບາຍກັບ​ຊົນ​ຊາດຂອງພວກ​ທ່ານ ແລະ ຂົ່ມເຫັງບັນພະບຸລຸດຂອງພວກເຮົາຢ່າງໂຫດຮ້າຍ, ພວກເຂົາບັງຄັບໃຫ້ບັນພະບຸລຸດຂອງພວກເຮົາເຮັດອັນຕະລາຍແກ່ເດັກນ້ອຍ​ເກີດໃໝ່, ຂອງພວກເຂົາເພື່ອບໍ່ໃຫ້ເດັກມີຊີ​ວິດ​ລອດ.