lo_act_text_ulb_l3/07/04.txt

1 line
1.2 KiB
Plaintext

\v 4 ອັບຣາຮາມຈຶ່ງອອກຈາກດິນແດນ​ຂອງຊາວເຄນເດຍ. ແລະໄດ້ໄປອາໄສຢູ່ເມືອງຮາຣານ; ຫລັງຈາກບິ​ດາຂອງທ່ານໄດ້ເສຍຊີວິດໄປແລ້ວ, ພຣະເຈົ້າໄດ້ຊົງນຳທ່ານອອກມາຈາກທີ່ນັ້ນ, ມາສູ່ດິນແດນທີ່ພວກທ່ານອາໄສຢູ່ໃນທຸກມື້ນີ້. \v 5 ພຣະອົງບໍ່ໄດ້ປະ​ທ່ານແຜ່ນດິນນັ້ນໃຫ້ເປັນມໍລະດົກແກ່ອັບຣາຮາມ, ບໍ່​ມີແມ່ນແຕ່​ຂະ​ໜາດ​ເທົ່າ​ທີ່ຕີນຂອງທ່ານຈະຢຽບໄດ້. ແຕ່​ພ​ຣະ​ອົງ​ຊົງສັນຍາວ່າ ພ​ຣະ​ອົງຈະມອບແຜ່ນດິນນັ້ນໃຫ້ເປັນ​ກຳ​ມະ​ສິດແກ່ທ່ານ ແລະ ແກ່ເຊື້ອ​ສາຍຂອງທ່ານເຖິງແມ່ນວ່າອັບຣາຮາມຈະບໍ່ມີລູກເລີຍກໍຕາມ.