lo_act_text_ulb_l3/03/24.txt

1 line
1.4 KiB
Plaintext

\v 24 ແມ່ນແລ້ວ, ບັນດາຜູ້ທຳນວາຍຕັ້ງແຕ່ຊາມູເອນ, ແລະຄົນເຫລົ່ານັ້ນທີ່ມາພາຍຫລັງ, ພວກເຂົາກ່າວ ແລະ ປະກາດເຖິງມື້ເຫລົ່ານີ້. \v 25 ພວກທ່ານເປັນເຊື້ອສາຍຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກທ່ານ, ພຣະອົງກ່າວກັບອັບຣາຮາມວ່າ, 'ບັນດາເຊື້ອສາຍຂອງແຜ່ນດິນໂລກທັງໝົດຈະໄດ້ຮັບພຣະພອນ ຍ້ອນເຊື້ອສາຍຂອງທ່ານ.' \v 26 ຫລັງຈາກທີ່ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ, ພຣະອົງໄດ້ສົ່ງທ່ານໄປຫາພວກທ່ານກ່ອນ, ເພື່ອທີ່ຈະຊົງອວຍພອນແກ່ພວກທ່ານ ໂດຍການເຮັດໃຫ້ພວກທ່ານທຸກຄົນຫັນກັບຈາກຄວາມຊົ່ວຮ້າຍຂອງຕົນ."