lo_act_text_ulb_l3/03/21.txt

1 line
1.2 KiB
Plaintext

\v 21 ພຣະອົງຈຳຕ້ອງຢູ່ໃນສະຫວັນຈົນກ່ວາຈະຮອດເວລາທີ່ທຸກສິ່ງຈະຖືກສ້າງຕັ້ງຂຶ້ນມາໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ. \v 22 ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍ ຄືກັບຂ້າພະເຈົ້າຂຶ້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ. \v 23 ສິ່ງທີ່ຈະເກີດຂຶ້ນກັບທຸກຄົນ ທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ໝົດໄປຈາກຄົນທັງປວງ.'