1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 13 ດັ່ງນັ້ນກາດຈຶ່ງໄດ້ເຂົ້າເຝົ້າດາວິດ ແລະໄດ້ທູນເພິ່ນວ່າ, "ຈະໃຫ້ເກີດອຶດຢາກອາຫານເປັນເວລາສາມປີ ໃນແຜ່ນດິນຂອງທ່ານຫລືບໍ່? ຫລືທ່ານຈະຍອມຫນີຕໍ່ຫນ້າສັດຕູຂອງທ່ານ ເປັນເວລາສາມເດືອນ ຂະນະທີ່ພວກເຂົາໄລ່ຕາມທ່ານຫລືບໍ່? ຫລືຈະໃຫ້ໂຣກລະບາດເກີດຂຶ້ນໃນແຜ່ນດິນ ຂອງທ່ານເປັນເວລາສາມມື້ຫລືບໍ່? ບັດນີ້ຂໍທ່ານໄດ້ຊົງຄິດເບິ່ງວ່າຈະໃຫ້ຂ້ານ້ອຍ ກັບໄປທູນສິ່ງໃດຕໍ່ພຣະອົງຜູ້ຊົງໃຊ້ຂ້ານ້ອຍມາ." \v 14 ແລ້ວດາວິດຈຶ່ງໄດ້ກ່າວກັບກາດວ່າ, "ເຮົາເປັນທຸກຫລາຍ. ຂໍໃຫ້ພວກເຮົາຕົກເຂົ້າໄປຢູ່ໃນມືຂອງພຣະຢາເວຫລາຍກວ່າ ໃຫ້ເຮົາຕົກເຂົ້າໄປໃນມືຂອງມະນຸດ, ເພາະພຣະອົງມີໃຈເມດຕາໃຫຍ່ຫລາຍ." |