lo_2sa_text_ulb_l3/22/47.txt

1 line
1.2 KiB
Plaintext

\v 47 ​ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່! ຂໍ​ໃຫ້​ຫີນ​ຂອງ​ຂ້າ​ນ້ອຍ​ເປັນ​ທີ່​ຄວນ​ສັນ​ລະ​ເສີນ. ຂໍ​ໃຫ້​ພ​ຣະ​ເຈົ້າ​ໄດ້​ຮັບ​ການ​ຍ້ອງ​ຍໍ, ຫີນ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ. \v 48 ນີ້​ຄື​ພ​ຣະ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ​ໃຫ້​ຂ້າ​ນ້ອ​ຍ, ພ​ຣະ​ອົງ​ເປັນ​ຜູ້​ທີ່​ນຳ​ຊົນ​ຊາດ​ທັງ​ຫລາຍ​ລົງ​ໃຫ້​ຢູ່​ໃຕ້​ຂ້າ​ນ້ອຍ. \v 49 ຜູ້​ຊົງ​ນຳ​ຂ້າ​ນ້ອຍ​​ອອກ​ມາ​ຈາກ​ບັນ​ດາ​ສັດ​ຕູ​ຂອງ​ຂ້າ​ນ້ອຍ. ແທ້​ທີ່​ຈິງ, ພ​ຣະ​ອົງ​ຊົງ​ຍົກ​ຂ້ານ້ອຍ​ຈາກ​ຄົນທີ່ຕໍ່ສູ້ຂ້ານ້ອຍ. ພຣະອົງໄດ້​ຊ່ວຍຂ້ານ້ອຍຈາກຜູ້ທີ່ໂຫດ​ຮ້າຍ.