lo_2sa_text_ulb_l3/22/19.txt

1 line
1.2 KiB
Plaintext

\v 19 ​ພວ​ກ​ເຂົາ​ໄດ້​ມາ​ຕໍ່​ສູ້​ກັບ​ຂ້າ​ນ້ອຍ​ໃນ​ມື້​ທີ່​ຂ້າ​ນ້ອຍ​ໄດ້​ປະ​ສົບ​ໄພ​ພິ​ບັດ, ແຕ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ເປັນ​ທີ່​ເພິ່ງພາ​ຂອງ​ຂ້າ​ນ້ອຍ. \v 20 ພ​ຣະ​ອົງ​ໄດ້​ຊົງ​ນຳ​ຂ້າ​ນ້ອຍ​ອອກ​ມາ​ຍັງ​ທີ່ກວ້າງ​ໃຫ​ຍ່. ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ກູ້​ຂ້າ​ນ້ອຍ​ໄວ້​ເພາະ​ພ​ຣະ​ອົງ​ໄດ້​ຊົງ​ພໍ​ໃຈ​ຂ້າ​ນ້ອຍ. \v 21 ພ​ຣະ​ຢາ​ເວ​ໄດ້​ມອບລາງວັນ​ແກ່​ຂ້າ​ນ້ອຍ​ຕາມ​ຄວາມ​ເປັນ​ທຳ​ຂອງ​ຂ້າ​ນ້ອຍ; ພ​ຣະ​ອົງ​ໄດ້​ຊົງ​ຊ່ວຍ​ຟື້ນ​ຟູ​ຂ້າ​ນ້ອຍ​ຕາມ​ຄວາມ​ສະ​ອາດ​ຂອງ​ມື​ທັງ​ສອງ​ຂອງ​ຂ້າ​ນ້ອຍ.