lo_2sa_text_ulb_l3/20/14.txt

1 line
1.7 KiB
Plaintext

\v 14 ​ເຊ​ບາ​ກໍ​ໄດ້​ຜ່ານເຂດແດນຕ່າງໆຂອງ​ຄົນ​ອິດ​ສະ​ຣາ​ເອນ​ທຸກ​ເຜົ່າ​ຈົນ​ເຖິງອາເບັນ ແຫ່ງ​ເບັດ​ມາອາກາ​ໄປ​ຈົນ​ເຖິງ, ແລະ ​ຜ່ານ​ທະ​ລຸ​ໄປ​ທຸກ​ດິນ​ແດນ​ຂອງ​ຄົນ​ບີກ​ຣີ​ທັງ​ຫມົດ. \v 15 ທີ່​ໄດ້​ມາ​ຮ່ວມ​ກັນ ​ແລະ​ ໄດ​້​ໄລ່​ຕິດ​ຕາມ​ເຊ​ບາ​ໄປ ພວກ​ເຂົາ​ກໍ​ໄດ​້​ຕາມ​ມາ​ທັນ​ເຂົາ​ ແລະ​ ໄດ້​ລ້ອມ​ເຂົາ​ໄວ້​ໃນ​ເມືອງ​ອາ​ເບັນ​ແຂວງ​ເບັດ​ມາ​ອາ​ກາ. ພວກ​ເຂົາ​ໄດ້​ກໍ່​ທາງ​ເນີນ​ຂຶ້ນ​ບ່ອນ​ກຳ​ແພງ. ທະ​ຫານ​ທັງ​ຫມົດ​ທີ່​ຢູ່​ກັບ​ໂຢ​ອາບ​ກໍ​ຕຳ​ກຳ​ແພງ​ເພື່ອ​ໃຫ້​ກຳ​ແພງ​ພັງ​ລົງ. \v 16 ແລ້ວ​ມີ​ຜູ້​ຍິງ​ສະ​ຫລາດ​ຄົນ​ຫນຶ່ງ​ໄດ້​ຮ້ອງ​ອອກ​ມາ​ຈາກ​ໃນ​ເມືອງວ່າ, "ຈົ່ງ​ຟັງ, ຂໍ​ຟັງ​ແດ່, ໂຢ​ອາບ! ເຂົ້າ​ມາ​ໃກ້​ຂ້າ​ນ້ອຍແດ່ ເພື່ອ​ຂ​້າ​ນ້ອຍ​ຈະ​ເວົ້າ​ກັບ​ທ່ານ."