lo_2sa_text_ulb_l3/12/19.txt

1 line
1.8 KiB
Plaintext

\v 19 ແຕ່​ເມື່ອ​ດາ​ວິດ​ໄດ້​ແນມ​ເບິ່​ງ​ເຫລົ່າ​ຂ້າ​ຣາ​ຊ​ການ​ກຳ​ລັງ​ຊື່ມ​​ກັນ​ຢູ່, ດາ​ວິດ​ກໍ​ໄດ້​ເຂົ້າ​ໃຈ​ວ່າ​ລູກ​ຊາຍ​ນັ້ນ​ໄດ້​ເສຍ​ຊີ​ວິດແລ້ວ. ເພິ່ນຈຶ່ງ​ໄດ້​ຊົງ​ຮັບ​ສັ່ງ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ເພິ່ນວ່າ, "ເດັກ​ນັ້ນ​ໄດ້​ເສຍ​ຊີ​ວິດ​ແລ້ວ​ບໍ?" ພວກ​ເຂົາ​ໄດ້​ທູນ​ຕອບວ່າ,"ໄດ້​ເສຍ​ຊີ​ວິດ​ແລ້ວ" \v 20 ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ​ຈາກ​ພື້ນ​ ແລະ​ໄດ້ຊຳ​ລະ​ລ້າງ​ຮ່າງ​ກາຍ​ຂອງ​ເພິ່ນ, ​ເຊັດ​ໂຕ​ເພິ່ນ, ປ່ຽນ​ເຄື່ອງ​ເພິ່ນ. ເພິ່ນ​ໄດ້​ດຳ​ເນີນ​ເຂົ້າ​ໄປ​ໃນ​ພ​ຣະ​ວິ​ຫານ​ຂອງ​ພ​ຣະຢາ​ເວ ​ແລະ​ໄດ້​ນະ​ມັດ​ສະ​ການ​ທີ່​ນັ້ນ, ແລະ​ຫລັງ​ຈາກ​ນັ້ນ​ແລ້ວ​ເພິ່ນ​ກໍ​ໄດ້​ກັບ​ຣາຊວັງ​ຂອງ​ເພິ່ນ. ເມື່ອເພິ່ນ​ໄດ້​ຊົງ​ຮັບ​ສັ່ງ​,ໃຫ້​ຈັດ​ອາ​ຫານ​ມາ​ພວກ​ເຂົາ​ກໍ​ໄດ້​ຈັດ​ຂອງ​ກິນ​ຕໍ່​ຫນ້າ​ເພິ່ນ, ແລະ​ເພິ່ນກໍ​ໄດ້​ກິນ.