lo_2sa_text_ulb_l3/12/16.txt

1 line
2.2 KiB
Plaintext

\v 16 ດາ​ວິດ​ກໍ​ໄດ້​ຊົງ​ອ້ອນວອນ​ຕໍ່​ພ​ຣະ​ເຈົ້າເພື່ອ​ລູກ​ຊາຍ​ນັ້ນ. ດາ​ວິດ​ໄດ້​ຊົງ​ອົດ​ອາ​ຫານ ​ແລະ​ໄດ້​ເຂົ້າ​ໄປ​ຂ້າງ​ໃນ​ ແລະ​ໄດ້​ນອນ​ເທິງ​ພື້ນ​ຕະ​ຫລອດ​ຄືນ. \v 17 ພວກ​ຜູ້​ອາ​ວຸ​ໂສໃນ​ວັງ​ຂອງ​ເພິ່ນ​ກໍ​ໄດ້​ລຸກ​ຂຶ້ນ​ ແລະ​ໄດ້​ມາ​ຢືນ​ຢູ່​ຂ້າງ​ເພິ່ນ, ເພື່ອ​ຈະ​ຍົກ​ເພິ່ນ​ຂຶ້ນ​ຈາກ​ພຶ້ນ, ແຕ່​ເພິ່ນບໍ່​ຊົງ​ຍອມ​ລຸກ​ຂຶ້ນ, ​ແລະ​ເພິ່ນ​ບໍ່​ກິນ​ຫຍັງ​ກັບ​ພວກ​ເຂົາ. \v 18 ແລ້ວ​ເຫດ​ການ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ ພໍ​ມື້​ທີເຈັດ​ລູກ​ຊາຍ​ກໍ​ໄດ້​ເສຍ​ຊີ​ວິດ. ສ່ວນ​ຂ້າ​ຣາຊ​ການ​ຂອງ​ດາ​ວິດ​ກໍ​ໄດ້​ຢ້ານ ບໍ່​ກ້າ​ທູນ​ເພິ່ນວ່າ​,ລູກ​ຊາຍ​ນັ້ນ​ຕາຍ​ແລ້ວ ເພາະ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ວ່າ, "ເບິ່ງ​ເຖີດ ຂະ​ນະ​ທີ່​ລູກ​ຊາຍ​ຍັງ​ຕາຍ​ຢູ່ ພວກ​ເຮົາ​ໄດ້​ທູນ​ຕໍ່​ເພິ່ນ, ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຊົງ​ຟັງ​ສຽງ​ຂອງ​ພວກ​ເຮົາ​ເລີຍ. ເພິ່ນ​ກໍ​ອາດ​ເຮັດ​ຫຍັງ​ຕໍ່​ຕົວ​ເພິ່ນ​ເອງ​ຫ​ລື​ບໍ່? ຖ້າ​ພວກ​ເຮົາ​ທູນ​ເພິ່ນວ່າ ລູກ​ຊາຍ​ໄດ້​​ເສຍ​ຊີ​ວິດແລ້ວ?!"