lo_2sa_text_ulb_l3/12/11.txt

1 line
1.6 KiB
Plaintext

\v 11 ພ​ຣະ​ຢາ​ເວ​ກ່າວ​ວ່າ, 'ນີ້​ແຫລະ, ເຮົາ​ຈະ​ໃຫ້​ເຫດ​ຮ້າຍ​ເກີດ​ຂຶ້ນ​ກັບ​ເຈົ້າ​ຈາກ​ຄອບ​ຄົວ​ຂອງ​ເຈົ້າ​ເອງ. ຕໍ່​ຫນ້າ​ຕໍ່​ຕາ​ເຈົ້າ, ເຮົາ​ຈະ​ເອົາ​ບັນ​ດາ​ເມຍ​ຂອງ​ເຈົ້າ​ໄປ​ໃຫ້​ເພື່ອນ​ຂອງ​ເຈົ້າ, ແລະ​ເຂົາ​ຈະ​ນອນ​ຮ່ວມ​ກັ​ບ​ບັນ​ດາ​ເມຍ​ຂອງ​ເຈົ້າ​ຢ່າງ​ເປີດ​ເຜີຍ. \v 12 ເພາະ​ເຈົ້າ​ໄດ້​ເຮັດ​ບາບ​ຂອງ​ເຈົ້າ​ນັ້ນ​ຢ່າງ​ລັບໆ, ແຕ່​ເຮົາ​ຈະ​ເຮັດ​ການ​ນີ້,​ຕໍ່​ຫນ້າ​ອິດ​ສະ​ຣາ​ເອນ​ທັ້ງ​ຫມົດ​ຢ່າງ​ເປີດ​ເຜີຍ. "" \v 13 ແລ້ວ​ດາ​ວິດ​ຈຶ່ງ​ໄດ້​ກ່າວ​ກັບ​ນາ​ທານ​ວ່າ, "ເຮົາ​ໄດ້​ກະ​ທຳ​ບາບ​ຕໍ່​ພ​ຣະ​ຢາ​ເວ​ແລ້ວ." ນາ​ທານ​ໄດ້​ທູນ​ດາ​ວິ​ດ​ວ່າ, "ພ​ຣະ​​ຢາ​ເວ​ໄດ້​ຊົງ​ໃຫ້​ອະ​ໄພ​ບາບ​ຂອງ​ທ່ານ​ແລ້ວ​ເຊັ່ນ​ກັນ. ທ່ານ​ເອງ​ຈະ​ບໍ່​ຖືກ​ຂ້າ.