1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 4 ມື້ຫນຶ່ງມີແຂກຄົນຫນຶ່ງ ໄດ້ເດີນທາງມາຫາຄົນຮັ່ງມີ, ແຕ່ຄົນຮັ່ງມີບໍ່ເຕັມໃຈທີ່ຈະເອົາສັດຈາກຝູງງົວ ແລະແກະຂອງເຂົາມາເຮັດອາຫານ ສຳຫລັບລ້ຽງແຂກ ເຂົາຈຶ່ງໄດ້ເອົາລູກແກະໂຕເເມ່ຂອງຄົນຈົນ ແລະຕຽມເປັນອາຫານໃຫ້ແກ່ແຂກຂອງເຂົາ." \v 5 ດາວິດກໍໄດ້ໃຈຮ້າຍຜູ້ຊາຍທີ່ຮັ່ງມີຄົນນັ້ນຫລາຍ, ແລະໄດ້ຮັບສັ່ງແກ່ນາທານວ່າ, "ພຣະຢາເວຊົງມີຊີວິດ, ຜູ້ຊາຍຄົນທີ່ເຮັດເຊັ່ນນັ້ນສົມຄວາມຕາຍ. \v 6 ເຂົາຈະຕ້ອງຊົດໃຊ້ຄືນລູກແກະໃຫ້ສີ່ເທົ່າເພາະເຂົາໄດ້ເຮັດສິ່ງນີ້, ແລະເພາະວ່າເຂົາບໍ່ມີຄວາມເມດຕາຕໍ່ຜູ້ຊາຍທີ່ຍາກຈົນ." |