lo_2sa_text_ulb_l3/08/05.txt

1 line
996 B
Plaintext

\v 5 ເມື່ອ​ຄົນ​ອາ​ຣາມ ຊາວ​ເມືອງ​ດາ​ມັສ​ກັດ​ໄດ້​ມາ​ຊ່ວຍ​​ຮາ​ດາ​ເດ​ເຊແຫ່ງ​ໂຊ​ບາ, ດາ​ວິດ​ກໍ​ໄດ້​ຂ້າ​ຄົນ​ອາ​ຣາມ​ຊາວ​ສອງ​ພັນ​ຄົນ. \v 6 ແລ້ວກະສັດດາວິດກໍໄດ້ຕັ້ງຄ້າຍທະຫານໄວ້ໃນດິນແດນຂອງ​ອາ​ຣາມ ຊາວ​ເມືອງ​ດາ​ມັສ​ກັດ​, ແລະ ພວກເຂົາຈຶ່ງ​ຕົກ​ລົງ​ຢູ່​ໃຕ້​ອຳ​ນາດ​ກາຍເປັນຂ້າທາດ ແລະ ຍອມເສຍສວຍໃຫ້ເພິ່ນ. ພຣະຢາເວໄດ້ໃຫ້ດາວິດໄດ້​ຮັບ​ໄຊ​ຊະ​ນະ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ​ສູ້​ຮົບ.