lo_2pe_tn_l3/01/19.txt

50 lines
7.3 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ເປໂຕເລີ່ມຕົ້ນກ່າວຕັກເຕືອນບັນດາຜູ້ເຊື່ອກ່ຽວກັບຜູ້ປະກາດພຣະທັມປອມ"
},
{
"title": "ມີຄຳທຳນວາຍທີ່ແນ່ນອນກວ່ານັ້ນອີກ",
"body": "ສິ່ງທີ່ເປໂຕ ແລະອັກຄະສາວົກຄົນອື່ນໆເຫັນຊຶ່ງປາກົດໃນຂໍ້ພຣະຄັມພີກ່ອນໜ້ານີ້ນັ້ນເປັນເຄື່ອງຢືນຢັນວ່າສິ່ງທີ່ຜູ້ປະກາດພຣະຄັມເຄີຍກ່າວໄວ້ນັ້ນເປັນຈິງ ສາ\nມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າງວ່າ: \" ສິ່ງຊຶ່ງເຮົາໄດ້ເຫັນເຮັດໃຫ້ຄຳທຳນວາຍນັ້ນເປັນຈິງແນ່ນອນກວ່ານັ້ນອີກ\" (ໃຫ້ເບິ່ງໃນ: figs_explicit และ figs_activepassive)"
},
{
"title": "( ເຮົາ ) ມີ",
"body": "ຄຳວ່າ \" ເຮົາ \" ໃນທີ່ນີ້ຫມາຍເຖິງບັນດາຜູ້ເຊື່ອລວມເຖິງເປໂຕ ແລະຜູ້ອ່ານຈົດຫມາຍສະບັບນີ້ (ໃຫ້ເບິ່ງໃນ: figs_inclusive)"
},
{
"title": "ຄຳທຳນວາຍ",
"body": "ອ້າງເຖິງຄຳທຳນວາຍຊຶ່ງປະກົດມພຣະຄັມພີເດີມ ແປ ໄດ້ອີກຢ່າງໜຶ່ງວ່າ: \" ພຣະວະຈະນະ ຊຶ່ງຜູ້ປະກາດພຣະຄັມໄດ້ກ່າວໄວ້ \" (ໃຫ້ເບິ່ງໃນ: figs_explicit)"
},
{
"title": "ຈະເປັນການດີຖ້າທ່ານທັງຫລາຍຈະປະຕິບັດຕາມຄຳນັ້ນ",
"body": "ເປໂຕກຳລັງສັ່ງສອນຜູ້ເຊື່ອໃຫ້ໃສ່ໃຈໃນຄຳທຳນວາຍຢ່າງໃກ້ຊິດ"
},
{
"title": "ເຫມືອນແສງໂຄມໄຟທີ່ສ່ອງສະຫວ່າງໃນທີ່ມືດ ດັ່ງແສງຕາເວັນສ່ອງໃນເຊົ້າ",
"body": "ເປໂຕປຽບຄຳທຳນວາຍວ່າ ເຫມືອນກັບໂຄມໄຟທີ່ສ່ອງສະຫວ່າງໃນຄວາມມືດ ດັ່ງແສງຕາເວັນສ່ອງສະຫວ່າງໃນຍາມເຊົ້າ ການປາກົດຂອງແສງສະຫວ່າງໃນຕອນນັ້ນຫມາຍເຖິງການສະເດັດກັບມາຂອງພຣະເຢຊູຄຣິດ (ໃຫ້ເບິ່ງໃນ: figs_simile)"
},
{
"title": "ດາວເພັກຈະຮຸ່ງຂຶ້ນໃນໃຈຂອງທ່ານ",
"body": "ເປໂຕປຽບພຣະຄຣິດວ່າເປັນດັ່ງ \" ດາວເພັກ \" ຊຶ່ງຊີ້ໃຫ້ເຫັນເຖິງການເລີ່ມຕົ້ນວັນໃໝ່ ແລະຈຸດຊິ້ນສຸດຂອງຄວາມມືດທີ່ກຳລັງໃກ້ເຂົ້າມາ ຄືພຣະເຢຊູຄຣິດຈະນຳຄວາມສະຫວ່າງມາສູ່ຈິດໃຈຂອງຜູ້ເຊື່ອ ອັນ ນຳມາສູ່ຈຸດຈົບຂອງຄວາມສົງໃສທັງປວງ ເຮັດໃຫ້ເກີດ ຄວາມເຂົ້າໃຈຢ່າງເຕັມບໍຣິບູນວ່າພຣະອົງຄືຜູ້ໃດ (ໃຫ້ເບິ່ງໃນ: figs_metaphor)"
},
{
"title": "ດາວເພັກ",
"body": "\" ດາວເພັກ\" ຄືດາວເຄາະ ຊື່ວ່າ ວີນັສ ຊຶ່ງຈະຂຶ້ນກ່ອນທີ່ຕາເວັນຈະຂຶ້ນ ເປັນເຄື່ອງຫມາຍວ່າວັນໃໝ່ກຳລັງຈະເລີ້ມ"
},
{
"title": "ຈົ່ງຮູ້ເປັນສິ່ງແລກ",
"body": "\" ຈົ່ງຮູ້ເຖີດວ່າສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ \""
},
{
"title": "ບໍ່ມີຄຳທຳນວາຍໃດທີ່ມາຈາກຄວາມປະສົງຂອງມະນຸດ",
"body": "ຂໍ້ຄວາມນີ້ມີຄວາມຫມາຍທີ່ເປັນໄປໄດ້ຫລາຍທາງຄື 1)ຜູ້ປະກາດພຣະຄັມບໍ່ໄດ້ອ້າງວ່າເປັນຜູ້ທຳນວາຍດ້ວຍຕົວເອງ 2) ຄົນຕ້ອງອາໄສພຣະວິນຍານບໍຣິສຸດໃນການທີ່ຈະເຂົ້າໃຈຄຳທຳນວາຍຕ່າງໆ 3) ໃນການຕີຄວາມຫມາຍຄຳທຳນວາຍນັ້ນຕ້ອງອາໄສຄວາມຊ່ວຍ ເຫລືອຈາກຊຸມຊົນຜູ້ເຊື່ອຊຶ່ງເປັນພີ່ນ້ອງຄຣິສະຕຽນເຫມືອນກັນ"
},
{
"title": "ມະນຸດຜູ້ທີ່ພ້ອມດຳເນີນການໂດຍພຣະວິນຍານບໍຣິສຸດໄດ້ກ່າວຈາກພຣະເຈົ້າ",
"body": "ພຣະວິນຍານບໍຣິສຸດຊົງນຳໃຫ້ມະນຸດກ່າວໃນສິ່ງທີ່ພຣະເຈົ້າຢາກໃຫ້ເຂົາເວົ້າ ປະໂຫຍກດັ່ງກ່າວສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ ) ແປໄດ້ອີກຢ່າງວ່າ: \" ມະນຸດເວົ້າສິ່ງທີ່ມາຈາກພຣະເຈົ້າດ້ວຍຄວາມຊ່ວຍເຫລືອຈາກພຣະວິນຍານບໍຣິສຸດ \" (ໃຫ້ເບິ່ງ: figs_activepassive)"
},
{
"title": "ຜູ້ທີ່ພ້ອມດຳເນີນການໂດຍພຣະວິນຍານບໍຣິສຸດ",
"body": "ສະບັບພາສາອັງກິດໃຊ້ຄຳວ່າ \"ຜູ້ຊາຍປະຕິບັດໂດຍພຣະວິນຍານບໍຣິສຸດ\" ຊຶ່ງຕາມຕົວໄດ້ວ່າ \" ມະນຸດຊຶ່ງພຣະວິນຍານບໍຣິສຸດຊົງນຳຫລືອູ້ມຕິດຕົວໄປ\" ໃນບໍຣິບົດນີ້ນັ້ນເປໂຕກຳລັງປຽບທຽບວ່າການທີ່ພຣະວິນ\nຍານບໍຣິສຸດຊຶ່ງເປັນຜູ້ທີ່ຊົງຊ່ວຍໃຫ້ຜູ້ປະກາດພຣະຄັມຂຽນໃນສິ່ງຊຶ່ງອົງພຣະຜູ້ເປັນເຈົ້າຢາກຈະໃຫ້ເຂົາຂຽນນັ້ນເຫມືອນກັບການທີ່ພຣະວິນຍານບໍຣິສຸດຊົງອູ້ມເຂົາຈາກທີ່ຫນຶ່ງໄປຍັງອີກທີ່ຫນຶ່ງ (ໃຫ້ເບິ່ງ: figs_metaphor)"
}
]