lo_2pe_tn_l3/02/12.txt

50 lines
6.8 KiB
Plaintext

[
{
"title": "ສັດເດຍຣະສານທີ່ປາສຈາກຄວາມຄິດ",
"body": "ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄດ້ອີກຢ່າວວ່າ: \" ສັດທີ່ບໍ່ມີຄວາມຄິດຊຶ່ງເກິດມາຕາມທັມມະຊາດ \" (ໃຫ້ເບິ່ງໃນ:figs_activepassive)"
},
{
"title": "ສັດ...ທີ່ປາສະຈາກຄວາມຄິດ",
"body": "ເຊັ່ນດຽວກັບສັດທີ່ບໍ່ສາມາດຄິດໃຊ້ເຫດຜົນ ຄົນເຫລົ່ານັ້ນກໍ່ເປັນເຊັ່ນນັ້ນເຫມືອນກັນ ແປໄດ້ອີກຢ່າງວ່າ: \" ບັນດາຜູ້ປະກາດພຣະທັມປອມຜູ້ຊຶ່ງປຽບເຫມືອນກັບສັດທີ່ປາສະຈາກຄວາມຄິດ\" (ໃຫ້ເບິ່ງໃນ: figs_metaphor)"
},
{
"title": "ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈເລີຍ",
"body": "ເຂົາເຫລົ່ານັ້ນກ່າວສິ່ງຊົ່ວຮ້າຍຕໍ່ສິ່ງທີ່ພວກເຂົາບໍ່ຮູ້ຈັກຫລືບໍ່ເຂົ້າໃຈ"
},
{
"title": "ເຂົາຈະຕ້ອງຈິບຫາຍ",
"body": "ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ) ແປໄກ້ອີກຢ່າງວ່າ: \" ພຣະເຈົ້າຈະຊົງທຳລາຍພວກເຂົາ\" (ໃຫ້ເບິ່ງໃນ: figs_activepassive)"
},
{
"title": "ພວກເຂົາຮັບບຳເໜັດແຫ່ງການອະທັມ",
"body": "ເປໂຕປຽບທຽບວ່າຜູ້ປະກາດພຣະທັມປອມຈະໄດ້ຮັບການລົງໂທດເຫມືອນກັບວ່າການໄດ້ຮັບບຳເຫນັດຫລືລາງວັນ ແປໄດ້ອີກຢ່າງວ່າ: \" ພວກເຂົາຈະໄດ້ຕາມທີ່ພວກจะເຂົາສົມຄວນໄດ້ຮັບຕາມການອະທັມຂອງເຂົາ\" (ໃຫ້ເບິ່ງໃນ: figs_irony)"
},
{
"title": "ການເສເພເຮຮາໃນເວລາກາງເວັນ",
"body": "\" ການເສເພເຮຮາ \" ໃນທີ່ນີ້ຫມາຍເຖິງກິຈະກຳທີ່ຜິດສິລະທັມຊຶ່ງລວມໄປເຖິງຄວາມໂລບມາກ, ຄວາມມົວເມົາ, ແລະກິຈະກຳທາງເພດ ການກະທຳສິ່ງເຫລົ່ານີ້ໃນເວລາກາງເວັນນັ້ນສະແດງໃຫ້ເຫັນວ່າຄົນເຫລົ່ານີ້ບໍ່ມີຄວາມລະອາຍໃນພຶດຕິກຳເຫລົ່ານີ້"
},
{
"title": "ເຂົາດ່າງພ້ອຍແລະມົນທິນ",
"body": "ຄຳວ່າ \" ດ່າງພ້ອຍ \" ແລະ \" ມົນທິນ \" ມີຄວາມຫມາຍຄ້າຍຄືກັນ ເປໂຕກຳລັງປຽບທຽບວ່າຜູ້ປະກາດພຣະຄັມປອມນັ້ນປຽບເຫມືອນກັບຮອຍດ່າງເທິງເສື້ອຜ້າຂາວຊຶ່ງເຮັດໃຫ້ນຸ່ງນັ້ນລະອາຍ ແປໄດ້ອີກຢ່າງວ່າ: \" ພວກເຂົາເປັນເຫມືອນຮອຍດ່າງແລະຮອຍຕຳນິຢູ່ທີ່ເສື້ອຜ້າຊຶ່ງກໍ່\nໃຫ້ເກີດຄວາມເສື່ອມເສຍ \" (ໃຫ້ເບິ່ງໃນ: figs_metaphor และ figs_doublet)"
},
{
"title": "ຕາເຂົາເຕັມໄປດ້ວຍຄວາມປາຖະຫນາແຫ່ງການລ່ວງປະເວນີ",
"body": "ຄຳວ່າ \" ຕາ...ເຕັມໄປ \" ຫມາຍຄວາມວ່າເຂົາລຸ້ມຫລົງໃນສິ່ງທີ່ເຫັນມີຄວາມຫມາຍທີ່ເປັນໄປໄດ້ຄື 1) \" ພວກເຂົາຄິດວ່າຜູ້ຍິງທີ່ເຫັນນັ້ນນ່າຫລັບນອນດ້ວຍ ຫລື ຕ້ອງການທີ່ຈະຫລັບນອນກັບຍິງເຫລົ່ານັ້ນ 2) \" ພວກເຂົາມັກຈະແນມຫາທີ່ຢົ້ວຢວນທີ່ໃຫ້ເຂົາຈະສາມາດຫລັບນອນນຳໄດ້ \" (ໃຫ້ເບິ່ງໃນ: figs_metonymy)"
},
{
"title": "ເຂົາຢຸດເຮັດບາບບໍ່ໄດ້ເລີຍ",
"body": "ເຖິງແມ່ນວ່າເຂົາຈະເຮັດບາບເພື່ອຕອບສະໜອງຕໍ່ຣາຄະຕັນຫາໃຫ້ໜຳໃຈ ແຕ່ບາບທີ່ພວກເຂົາໄດ້ເຮັດນັ້ນ ກໍ່ບໍ່ເຄີຍເຮັດໃຫ້ພວກເຂົາພໍໃຈໄດ້ເລີຍ"
},
{
"title": "ເຂົາວາງກັບດັກໃສ່ຄົນທີ່ມີຈິດໃຈທີ່ບໍ່ຫມັ້ນຄົງ",
"body": "ຄຳວ່າ \" ຈິດໃຈ \" ໃນທີ່ນີ້ຫມາຍເຖິງຄົນ ແປໄດ້ອີກຢ່າງວ່າ: \" ພວກເຂົາລໍ້ແລະຊັກນຳຄົນເຫລົ່ານັ້ນທີ່ບໍ່ໝັ້ນຄົງ \" (ໃຫ້ເບິ່ງໃນ: figs_synecdoche)"
},
{
"title": "ໃຈເຄີຍຊິນກັບການໂລບ",
"body": "ຄຳວ່າ \" ໃຈ \" ໃນທີ່ນີ້ຫມາຍເຖິງຄວາມຄິດແລະອາລົມຄວາມຮູ້ສຶກຂອງຄົນ ຄົນຫນຶ່ງ ເພາະເປັນການກະທຳທີ່ເຮັດຈົນເປັນນິສັຍ ຈິ່ງເຮັດໃຫ້ການຝຶກໃຫ້ພວກເຂົາເອງຄິດແລະເຮັດຢ່າງພາໂລໂລບມາກ (ໃຫ້ເບິ່ງໃນ: figs_metonymy)"
},
{
"title": "ລູກແຫ່ງຄວາມສາບແຊ່ງ",
"body": "ຄຳວ່າ \" ລູກ \" ຫມາຍເຖິງຄົນເຫລົ່ານັ້ນທີ່ຖືກສາບແຊ່ງ ແປໄດ້ອີກຢ່າງວ່າ: \" ເຂົາເຫລົ່ານັ້ນຊຶ່ງຢູ່ພາຍໃຕ້ການສາບແຊ່ງຂອງພຣະເຈົ້າ \" (: figs_metaphor)"
}
]