lo_2pe_tn_l3/02/01.txt

38 lines
5.3 KiB
Plaintext

[
{
"title": "ຂໍ້ມູນທົ່ວໄປ:",
"body": "ເປໂຕເລີ້ມຕົ້ນຕັກເຕືອນບັນດາຜູ້ເຊື່ອກ່ຽວກັບຜູ້ປະກາດປອມ"
},
{
"title": "ແຕ່ວ່າໄດ້ມີຜູ້ທຳນວາຍປອມມາຍັງປະຊາຊົນ ເຊັ່ນດຽວກັບທີ່ມີຄຣູສອນປອມທ່າມກາງທ່ານທັງຫລາຍ",
"body": "ເຊັ່ນດຽວກັບການທີ່ມີຜູ້ປະກາດພຣະທັມປອມຊຶ່ງຫລອກລວງອິສະຣາເອນດ້ວຍຄຳເວົ້າຂອງເຂົາ ກໍ່ຈະມີຜູ້ສອນປອມມາສັ່ງສອນຖ້ອຍຄຳຫລອກລວງກ່ຽວກັບອົງພຣະຄຣິດເຊັ່ນດຽວກັນ"
},
{
"title": "ລັດທິທີ່ອອກນອກລູ້ນອກທາງທີ່ຈະນຳໄປສູ່ຄວາມຫາຍະນະ",
"body": "ຄຳວ່າ \" ລັດທິນອກລູ້ນອກທາງ \" ຫມາຍເຖິງຄວາມເຫັນຊຶ່ງຕ່າງຈາກຄຳສອນຫລືພຣະຄັມຂອງພຣະເຢຊູຄຣິດ ແລະອັກຄະສາວົກ ຊຶ່ງລັດທິດັ່ງກ່າວຈະທຳລາຍຄວາມເຊື່ອຂອງຜູ້ທີຫັນໄປເຊື່ອຜູ້ສອນປອມ"
},
{
"title": "ອົງພຣະຜູ້ເປັນເຈົ້າຜູ້ໄດ້ຊົງໄຖ່ເຂົາໄວ້",
"body": "ສະບັບພາສາອັງກິດໃຊ້ \" the master who bought them \" ຊຶ່ງແປຕາມຕົວໄດ້ວ່າ \" ເຈົ້ານາຍຜູ້ຊຶ່ງໄດ້ຊື້ພວກເຂົາໄວ້ແລ້ວ \" ຄຳວ່າ \" ເຈົ້ານາຍ \" ຫມາຍເຖິງຄົນຊຶ່ງເປັນເຈົ້າຂອງທາດຊຶ່ງເປໂຕປຽບພຣະເຢຊູວ່າພຣະອົງເປັນດັ່ງເຈົ້າຂອງ ຂອງຄົນຊຶ່ງພຣະອົງຊົງຊື້ໄວ້ແລ້ວ ແລະລາຄາທີ່ພຣະອົງຕ້ອງຈ່າຍກໍ່ຄືການສິ້ນພຣະຊົນຂອງພຣະອົງ (ໃຫ້ເບິ່ງໃນ: figs_metaphor และ figs_explicit)"
},
{
"title": "ປະພຶດຕາມທາງແຫ່ງຄຳສາບແຊ່ງ",
"body": "\" ການປະພຶດຜິດສິລະທັມທາງເພດ \""
},
{
"title": "ທາງແຫ່ງຄວາມຈິງຈະຖືກກ່າວຮ້າຍ",
"body": "ຄຳວ່າ \" ທາງແຫ່ງຄວາມຈິງ \" ຫມາຍເຖິງຄວາມເຊື່ອຂອງຄຣິສະຕຽນທີ່ເຊື່ອໃນຫົນທາງອັນແທ້ຈິງຊຶ່ງໄປສູ່ພຣະເຈົ້າ ສາມາດແປໂດຍໃຊ້ປະໂຫຍກ (ໃຫ້ປະທານເປັນຜູ້ກະທຳຂອງປະໂຫຍກ ) ແປໄດ້ອີກຢ່າງວ່າ: \" ຄົນອະທັມຈະກ່າວຮ້າຍຕໍ່ທາງແຫ່ງຄວາມຈິງ \" (ໃຫ້ເບິ່ງໃນ: figs_activepassive)"
},
{
"title": "ເພື່ອຈະໄດ້ກຳໄລຈາກທ່ານດ້ວຍກ່າວຄຳຫລອກລວງ",
"body": "\" ຫລອກໃຫ້ທ່ານມອບເງິນແກ່ເຂົາດ້ວຍກ່າວຄຳຕົວະ \""
},
{
"title": "ການລົງໂທດຄົນເຫລົ່ານັ້ນທີ່ໄດ້ຖືກພິພາກສານານມາແລ້ວຈະບໍ່ຊັກຊ້າ ແລະຄວາມຫາຍະນະຂອງເຂົາກໍ່ຈະບໍ່ຖືກລືມໄປ",
"body": "ຄຳວ່າ \" ການພິພາກສາ \" ແລະ \" ຄວາມຫາຍະນະ \" ຖືກປຽບໃຫ້ເຫມືອນກັບຄົນທີ່ສາມາດເຮັດສິ່ງຕ່າງໆໄດ້ ທັງສອງປະໂຫຍກຂ້າງເທິງນັ້ນມີຄວາມຫມາຍເຫມືອນກັນ ໃຊ້ເພື່ອເນັ້ນໃຫ້ເຫັນວ່າຜູ້ສອນປອມນັ້ນຈະຖືກລົງໂທດພິພາກສາ (ໃຫ້ເບິ່ງໃນ: figs_personification และ figs_parallelism)"
},
{
"title": "ການລົງໂທດຄົນເຫຼົ່ານັ້ນທີ່ໄດ້ຖືກພິພາກສາໄວ້ມານານແລ້ວຈະບໍ່ຊັກຊ້າ ແລະຄວາມຫາຍະນະຂອງເຂົາກໍ່ຈະບໍ່ລືມໄລໄປ",
"body": "ສາມາດແປປະໂຫຍກຂ້າງເທິງໃຫ້ເປັນປະໂຫຍກບອກເລົ່າໄດ້ ແປໄດ້ອີກຢ່າງວ່າ: \" ພຣະເຈົ້າຈະຊົງໂທດພິພາກສາເຂົາໃນບໍ່ຊ້າ ພຣະອົງພ້ອມແລ້ວທີ່ຈະທຳລາຍເຂົາ \" (ໃຫ້ເບິ່ງໃນ: figs_doublenegatives ແລະ figs_abstractnouns)"
}
]