lo_2ki_text_ulb_l3/24/18.txt

1 line
1.2 KiB
Plaintext

\v 18 ເຊເດກີຢາມີອາຍຸໄດ້ ຊາວເອັດປີ ເມື່ອພະອົງໄດ້ຊົງຄອງຣາຊ; ພະອົງໄດ້ປົກຄອງໃນກຸງເຢຣູຊາເລັມ.ແມ່ຂອງພະອົງຊື່ວ່າຮາມູຕານ; ນາງເປັນລູກສາວ ຂອງເຢລີມີຢາ ຊາວລິບນາ. \v 19 ພະອົງຊົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ; ພະອົງໄດ້ຊົງເຮັດທຸກຢ່າງຕາມທີ່ເຢໂຮຍອາກິມໄດ້ເຮັດ. \v 20 ເພາະຄວາມໂກດຮ້າຍຂອງພຣະຢາເວ, ສິ່ງເຫລົ່ານີ້ທັງປວງຈຶ່ງໄດເກີດຂຶ້ນຕໍ່ເຢຣູຊາເລັມແລະຢູດາ, ຈົນເຖິງພຣະອົງໄດ້ຊົງຂັບໄລ່ທັງສອງໄປໃຫ້ພົ້ນຫນ້າຂອງພຣະອົງ. ແລ້ວເຊເດກີຢາ ກໍໄດ້ຊົງກະບົດຕໍ່ບາບີໂລນ.