lo_2ki_text_ulb_l3/03/01.txt

1 line
1.3 KiB
Plaintext

\c 3 \v 1 ປັດຈຸບັນ ໃນປີທີສິບແປດຂອງຣາຊການຂອງເຢໂຮຊາຟັດກະສັດແຫ່ງຢູດາ, ໂຢຣາມລູກຊາຍຂອງອາຮາບໄດ້ເລີ່ມຕົ້ນປົກຄອງອິສະຣາເອນໃນເມືອງຊາມາເຣຍ; ພະອົງໄດ້ປົກຄອງເມືອງສິບສອງປີ. \v 2 ພະອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ແຕ່ພະອົງບໍ່ຄືກັບພໍ່ ແລະ ແມ່ຂອງພະອົງ; ເພາະພະອົງເອົາເສົາຫີນອັນສັກສິດຂອງພະບາອານທີ່ພໍ່ຂອງພະອົງສ້າງໄວ້ອອກ. \v 3 ເຖິງຢ່າງໃດກໍ່ຕາມ, ພະອົງຍັງຄົງຢຶດຕິດຢູ່ກັບບາບຂອງເຢໂຣໂບອາມ ລູກຊາຍຂອງເນບັດ, ຜູ້ທີ່ເປັນສາເຫດເຮັດໃຫ້ອິດສະຣາເອນເຮັດບາບ; ພະອົງບໍ່ໄດ້ຫັນຫນີຈາກບາບນັ້ນ.