lo_2ki_text_ulb_l3/15/34.txt

1 line
2.0 KiB
Plaintext

\v 34 ໂຢທາມໄດ້ຊົງເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ. ພ​ະ​ອົງໄດ້ຊົງເຮັດທຸກຢ່າງຕາມ​ແບບທີ່ອຸດ​ຊີ​ຢາພໍ່ຂອງ​ພ​ະ​ອົງໄດ້ຊົງເຮັດ. \v 35 ເຖິງຢ່າງໃດກໍ່ຕາມ, ສະຖານສູງຍັງບໍ່ທັນຖືກກຳ​ຈັດເທື່ອ. ປະຊາຊົນຍັງສືບ​ຕໍ່ຖວາຍສັດບູຊາ ແລະ ເຜົາເຄື່ອງຫອມຢູ່ເທິງ​ສະ​ຖານ​ສູງເຫລົ່ານັ້ນ. ໂຢ​ທາມໄດ້ຊົງສ້າງປະຕູເທິງຂອງພ​ຣະ​ວິ​ຫານແຫ່ງພຣະຢາເວ. \v 36 ສ່ວນ​ພະ​ຣາ​ຊະ​ກິດອື່ນໆຂອງໂຢທາມ, ແລະທຸກຢ່າງທີ່ຊົງໄດ້ເຮັດ, ໄດ້ບັນທຶກໄວ້ໃນຫນັງ​ສື​ພົງ​ສາວ​ະ​ດານຂອງກະສັດແຫ່ງຢູດາບໍ່ແມ່ນ​ບໍ? \v 37 ໃນເວລານັ້ນພຣະຢາເວໄດ້ຊົງໃຊ້ເຣຊິນ ກະ​ສັດແຫ່ງອາຣາມ, ແລະເປກາລູກຊາຍຂອງເຣມາ​ລີ​ຢາໃຫ້ມາສູ້ຮົບກັບຢູດາ. \v 38 ໂຢ​ທາມໄດ້ຊົງລ່ວງລັບໄປ​ຢູ່ກັບບັນພະບຸຣຸດຂອງພ​ະ​ອົງ ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງ​ພ​ະ​ອົງທີ່ເມືອງດາວິດ, ຜູ້​ເປັນບັນພະບຸຣຸດຂອງພ​ະ​ອົງ ແລ້ວອາຮາດ, ລູກຊາຍຂອງພ​ະ​ອົງ, ໄດ້ຂຶ້ນເປັນກະສັດແທນ.