lo_2ki_text_ulb_l3/21/07.txt

1 line
1.9 KiB
Plaintext

\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພ​ະອົງໄດ້ຊົງສ້າງນັ້ນ, ພະ​ອົງ​ໄດ້​ຊົງຕັ້ງໄວ້ໃນພຣະະ​ວິ​ຫານ. ເຊິ່ງ​ພ​ຣະ​ວິ​ຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພ​ະ​ອົງວ່າ; “ໃນວິ​ຫານນີ້ ແລະ ໃນນະ​ຄອນເຢຣູຊາເລັມ, ເຊິ່ງເຮົາໄດ້ເລືອກອອກຈາກຊົນເຜົ່າທັງ​ຫມົດ​ຂອງ​ອິສະຣາເອນ, ທີ່​ເຮົາຈະໃສ່ຊື່ຂອງເຮົາໄວ້ຕະຫລອດໄປ. \v 8 ເຮົາຈະບໍ່ເປັນ​ເຫດໃຫ້ຕີນຂອງອິສະຣາເອນພະ​ເນ​ຈອນ​ອອກຈາກແຜ່ນດິນທີ່ເຮົາໄດ້ມອບໃຫ້ກັບບັນພະບຸຣຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດຣະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ເຮົາໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທັມ​ບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງເຮົ​າໄດ້ສັ່ງພວກເຂົາ.” \v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາ​ເຊໄດ້ຊົງນຳພວກເຂົາໃຫ້​ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນ​ດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້​ພົ້ນ​ຫນ້າປະຊາຊົນອິສະຣາເອນ.