lo_2ki_text_ulb_l3/21/04.txt

1 line
1.4 KiB
Plaintext

\v 4 ມານາເຊໄດ້​ຊົງສ້າງແທ່ນບູຊາຂອງພະຕ່າງຊາດໃນ​ພ​ຣະ​ວິ​ຫານຂອງພຣະຢາເວ, ເຖິງວ່າພ​ຣະ​ຢາ​ເວໄດ້ກ່າວວ່າ, "ເຮົາຈະໃສ່ຊື່ຂອງເຮົາໄວ້ໃນນະ​ຄອນເຢຣູຊາເລັມຕະຫລອດໄປ." \v 5 ພະ​ອົງໄດ້ສ້າງແທ່ນບູຊາຕ່າງໆ​ແດ່ດວງ​ດາວຕ່າງໆ​ທັງ​ຫມົດ​ຂອງທ້ອງຟ້າທັງ ໃນລານທັງສອງຂ້າງຂອງພ​ຣະ​ວິ​ຫານຂອງພຣະຢາເວ. \v 6 ພະ​ອົງໄດ້ຊົງນຳເອົາລູກຊາຍໄປເຜົາໄຟ; ແລະໄດ້ຊົງ​ຖື​ເລິກ​ຍາມເພື່ອເຮັດເວດມົນຄາ​ຖາ ແລະຊົງ​ໄດ້ຕິດຕໍ່ກັບຄົນ​ທີ່​ຕາຍ​ໄປ​ແລ້ວ ແລະຄົນທີ່ເວົ້າກັບ​ຜີວິນຍານຕ່າງໆໄດ້. ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍຫລວງຫລາຍໃນ​ສາຍ​ພ​ຣະ​ເນດພຣະຢາເວ ຍຸ​ແຍ່ໃຫ້ພຣະເຈົ້າຊົງ​ໃຈ​ຮ້າຍ.