lo_2ki_text_ulb_l3/21/01.txt

1 line
1.6 KiB
Plaintext

\c 21 \v 1 ມານາເຊມີອາຍຸໄດ້ສິບສອງປີເມືອໄດ້ຊົງຄອງ​ຣາ​ຊ; ພະ​ອົງໄດ້ຊົງປົກຄອງຫ້າສິບ-ຫ້າປີໃນນະ​ຄອນ ເຢຣູຊາເລັມ. ແມ່ຂອງພະ​ອົງ​ມີ​ນາມຊື່ວ່າ ເຮັບ​ຊີ​ບາ. \v 2 ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພ​ຣະ​ເນດຂອງພຣະຢາເວ, ຕາມການກະທຳທີ່ຫນ້າກຽດຊັງຂອງປະ​ຊາຊາດທັງ​ຫລາຍ ເຊິ່ງພຣະຢາເວໄດ້ຊົງ​ຂັບໄລ່ອອກໄປໃຫ້ພົ້ນ​ຫນ້າ​ປະ​ຊາ​ຊາດອິສະຣາເອນ. \v 3 ພຣະອົງໄດ້ຊົງສ້າງສະຖານສູງ ເຊິ່ງເຮເຊກີຢາພໍ່ຂອງພະ​ອົງໄດ້ຊົງທຳລາຍນັ້ນ, ແລະ ພະ​ອົງ​ຊົງໄດ້ຕັ້ງແທ່ນບູຊາຕ່າງໆແດ່ພະບາອານ, ແລະຊົງ​ໄດ້​ສ້າງຕັ້ງເສົາພະອາ​ເຊ​ຣາ​ຂຶ້ນ​ໃຫມ່, ຄືກັນກັບອາຮາບກະສັດແຫ່ງອິສະຣາເອນໄດ້ຊົງເຮັດ, ແລະ ໄດ້​ຊົງກົ້ມກາບດວງດາວທຸກດວງຂອງທ້ອງຟ້າ ແລະ ບູຊາສິ່ງເຫລົ່ານັ້ນ.