lo_2ki_text_ulb_l3/19/29.txt

1 line
1.1 KiB
Plaintext

\v 29 ແລະນີ້ຈະເປັນຫມາຍສຳຄັນ​ແກ່ເຈົ້າຄື: ໃນປີນີ້ເຈົ້າຈະກິນສິ່ງເກີດຂຶ້ນເອງ, ແລະໃນປີທີສອງສິ່ງ​ທີ່​ເຕີບໃຫຍ່ຕັ້ງແຕ່ຕົ້ນ. ແລ້ວໃນປີທີສາມຈົ່ງຫວ່ານ ແລະ ເກັບກ່ຽວແລະ ເຮັດ​ສວນອະງຸ່ນ, ແລະກິນຫມາກຂອງມັນ. \v 30 ຄົນທີ່ເຫລືອຢູ່ໃນເຊື້ອ​ສາຍ​ຂອງຢູດາຈະຢັ່ງຮາກລົງ ແລະ ເກີດ​ຜົນ​ຂຶ້ນ​ອີກ​ຄັ້ງ. \v 31 ເພາະຄົນທີ່ເຫລືອຢູ່ຈະອອກຈາກນະ​ຄອນ ເຢຣູຊາເລັມ, ແລະ ຜູ້ທີ່ລອດຊີວິດຢູ່ຈະອອກມາຈາກພູເຂົາຊີໂອນ. ຄວາມກະຕືລືລົ້ນຂອງພ​ຣະ​ຢາ​ເວຈອມ​ໂຢ​ທາຈະເຮັດສິ່ງນີ້.