lo_2ki_text_ulb_l3/19/20.txt

1 line
1.6 KiB
Plaintext

\v 20 ແລ້ວເອຊາຢາລູກຊາຍຂອງອາໂມດໄດ້ສົ່ງຂ່າວໄປຫາເຮເຊກີຢາ, ກ່າວ​ວ່າ, "ພຣະຢາ​ເວ, ພຣະເຈົ້າແຫ່ງອິສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເພາະວ່າທ່ານໄດ້ອະທິຖານຫາເຮົາກ່ຽວກັບເຊັນນາເກຣິບກະສັດແຫ່ງອັດຊີເຣຍ, ເຮົາໄດ້ຍິນຄຳອະທິຖານຂອງທ່ານແລ້ວ. \v 21 ສິ່ງນີ້ແມ່ນຖ້ອຍຄຳຂອງພຣະ​ຢາເວທີ່ໄດ້ກ່າວ​ເຖິງລາວ: "ລູກສາວພົມ​ມະ​ຈາ​ຣີແຫ່ງຊີໂອນ ດູ​ຖູກ​ທ່ານ ແລະ ຫົວເຢາະ​ເຢີ້ຍ​ທ່ານ. ລູກສາວ​ແຫ່ງເຢຣູຊາເລັມສັ່ນ​ຫົວ​ຂອງນ​າງ​ໃສ່​ທ່ານ. \v 22 ທ່ານໄດ້ເຢາະເຢີ້ຍ ແລະ ກ່າວ​ຫຍາບ​ຊ້າຕໍ່​ຜູ້​ໃດບໍ? ທ່ານໄດ້ຂຶ້ນສຽງຂອງ​ທ່ານຕໍ່​ຜູ້ໃດ ແລະ ໄດ້​ເບິ່ງ​ຕາ​ຂອງ​ທ່ານດ້ວຍຄວາມຍິ່ງ​ຈອງ​ຫອງ​ຕໍ່​ຜູ້​ໃດ​ບໍ? ກໍ​ຕໍ່​ອົງບໍຣິສຸດ​ແຫ່ງອິສະຣາເອນນັ້ນແຫລະ!