lo_2ki_text_ulb_l3/19/16.txt

1 line
1.2 KiB
Plaintext

\v 16 ຂ້າ​ແດ່ພຣະຢາເວ​, ຂໍໄດ້ຊົງ​ງ່ຽງ​ຫູ, ແລະ ​ຊົງຟັງ, ຂ້າ​ແຕ່ພຣະຢາເວ,ຂໍຫລຽວເບິ່ງ, ແລະ ໄດ້ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ, ເຊິ່ງ​ເຂົາໄດ້ສົ່ງມາເພື່ອເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່. \v 17 ຂ້າ​ແດ່, ພຣະຢາເວ. ເປັນຄວາມຈິງທີ່ກະສັດແຫ່ງອັດຊີເຣຍໄດ້ເຮັດ​ໃຫ້ປະ​ຊາ​ຊາດ ແລະ ແຜ່ນດິນຂອງພວກເຂົາຮ້າງເປົ່າ​. \v 18 ພວກເຂົາໂຍນພະເຈົ້າຂອງພວກເຂົາລົງໃສ່ໃນ​ກອງໄຟ, ເພາະສິ່ງເຫລົ່ານັ້ນບໍ່ແມ່ນພະເຈົ້າ ພຽງແຕ່ເປັນຜົນງານຂອງມືມະນຸດ, ແມ່ນໄມ້ ແລະ ຫີນ. ເພາະສະນັ້ນຊາວອັດຊີເຣຍຈຶ່ງທຳລາຍສິ່ງເຫລົ່ານັ້ນໄດ້.