lo_2ki_text_ulb_l3/19/08.txt

1 line
1019 B
Plaintext

\v 8 ແລ້ວ​ຜູ້ບັນຊາການໃຫຍ່ໄດ້ກັບໄປ ແລະ ໄດ້ພົບວ່າກະສັດແຫ່ງອັດຊີເຣຍກຳ​ລັງຕໍ່ສູ້ກັບເມືອງລິບ​ນາ, ເພາະວ່າລາວໄດ້ຍິນວ່າກະສັດໄດ້ສະ​ເດັດ​ອອກຈາກລາກິດ​ແລ້ວ. \v 9 ແລ້ວເຊນ​ນາ​ເກ​ຣິບຊົງໄດ້ຍິນວ່າ ຕີຣາ​ກາກະສັດແຫ່ງເອທິໂອເປຍ ແລະ ປະເທດເອຢິບໄດ້ຍົກ​ກອງ​ທັບອອກມາເພື່ອຕໍ່ສູ້ກັບພ​ະ​ອົງ​ແລ້ວ, ດັ່ງນັ້ນ ພ​ະ​ອົງ​ຈຶ່ງໄດ້ສົ່ງບັນ​ດາຜູ້ສົ່ງຂ່າວໄປເຝົ້າເຮເຊກີຢາອີກເທື່ອຫນຶ່ງດ້ວຍຂໍ້ຄວາມວ່າ: